ສາຂາ ການທ່ອງທ່ຽວ
ຄວາມໝາຍ ແລະ ຄວາມສຳຄັນ
ເປັນການເດີນທາງເພື່ອຜ່ອນຄາຍຄວາມເຄັ່ງຕຶງ, ພັກຜ່ອນຢ່ອນອາລົມ, ສະແຫວງຫາປະສົບການໃໝ່ໆ, ໂດຍຜູ້ທ່ອງທ່ຽວມີເຫດຜົນ ແລະ ຈຸດປະສົງແຕກຕ່າງກັນອອກໄປ, ເຊິ່ງປັດໄຈທີ່ໃຊ້ປະອບໃນການທ່ອງທ່ຽວມີ : ລາຍໄດ້, ເວລາ, ໂອກາດ, ການໄດ້ຮັບຂໍ້ມູນຂ່າວສານ ໂດຍມີເງື່ອນໄຂວ່າ ການເດີນທາງນັ້ນເປັນການຊົ່ວຄາວ ດ້ວຍຄວາມສະໝັກໃຈ.
ມີຄວາມສຳຄັນ: ສ້າງລາຍຮັບໃຫ້ແກ່ພາກສ່ວນຕ່າງໆ, ສືບສານ, ອະນຸລັກ ປະເພນີ, ວັດທະນະທໍາອັນດີງາມຂອງຊາດ, ເປັນແຫຼ່ງຂໍ້ມູນໃນການສຶກສາຄົນຄ້ວາ ແບບປະຈັກຕາ, ສ້າງຄວາມໃກ້ຊິດ, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ກໍາລັງໃຈໃນການເຮັດວຽກ
ໜ້າທີ່
- ສ້າງລາຍຮັບເຂົ້າປະເທດ, ສັງຄົມ, ຊຸມຊົນ, ອົງກອນ, ຄອບຄົວ ແລະ ບຸກຄົນ.
- ໂຄສະນາປະຊາສໍາພັນ ຂໍ້ມູນຂ່າວສານຂອງປະເທດ ສູ່ໂລກພາຍນອກ.
- ປະກອບກັບວຽກງານການພັດທະນາສັງຄົມ ແລະ ມະນຸດ.
- ຮັກສາໄດ້ຮີດຄອງປະເພນີ, ວັດທະນະທໍາ, ຮ່ອງຮອຍປະຫວັດສາດ.
- ອະນຸລັກຮັກສາສິ່ງແວດລ້ອມ.
ຮຽນແລ້ວໄດ້ຫຍັງ ?
- ຮຽນຮູ້ຫຼັກການໃນການບໍລິຫານຈັດການລະບົບການທ່ອງທ່ຽວ.
- ຂໍ້ມູນຂ່າວສານການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?
- ສ້າງຕັ້ງທຸລະກິດຂອງຕົວເອງດ້ານການນໍາທ່ຽວ.
- ພະນັກງານບໍລິການສາຍການບິນທັງພາກພື້ນ ແລະ ເທິງເຮືອບິນ.
- ພະນັກງານໃນທຸລະກິດການທ່ອງທ່ຽວ.
- ພະນັກງານນໍາທ່ຽວທັງພາຍໃນ ແລະ ຕ່າງປະເທດ.
- ວຽກງານທີ່ກ່ຽວຂ້ອງກັບການທ່ອງທ່ຽວ ແລະ ສາຍການບິນ.
- ພະນັກງານປະຊາສໍາພັນ.
ຜູ້ທີ່ເໝາະສົມກັບສາຂານີ້ !!!
- ມັກ ແລະ ຮັກ ການນໍາທ່ຽວ, ການທ່ອງທ່ຽວ.
- ໄດ້ພາສາອັງກິດ.
- ມັກພັດທະນາຕົນເອງ.
- ມັກການເດີນທາງ.
- ມີວາທະສິນໃນການເວົ້າ ແລະ ນໍາສະເໜີ.
