ສາຂາ ພາສາອັງກິດທຸລະກິດ
ຄວາມໝາຍ ແລະ ຄວາມສຳຄັນ
ເປັນການບໍລິຫານຈັດການທຸລະກິດໂດຍໃຊ້ທັກສະພາສາອັງກິດ. ເປັນວຽກງານທີ່ນໍາໃຊ້ທັກສະໃນການບໍລິຫານຈັດການ ເປັນພາສາອັງກິດ.
ໜ້າທີ່
- ສື່ສານເປັນພາສາອັງກິດ.
- ບໍລິຫານຈັດການ, ປະສານງານ ກັບຄົນຕ່າງປະເທດ.
- ແປພາສາລາວເປັນພາສາອັງກິດ ທັງແບບຂຽນ ແລະ ປາກເປົ່າ.
ຮຽນແລ້ວໄດ້ຫຍັງ ?
- ສ້າງທຸລະກິດສ່ວນຕົວ.
- ເປັນພະນັກງານບໍລິຫານໃນອົງກອນຕ່າງໆ ໂດຍສະເພາະອົງກອນສາກົນ.
- ເປັນພະນັກງານນໍາທ່ຽວ.
- ເປັນນາຍແປພາສາ.
- ເປັນຄູສອນພາສາການບໍລິຫານຈັດການເປັນພາສາອັງກິດ.
ຜູ້ທີ່ເໝາະກັບສາຂານີ້ !!!
- ມັກ ແລະ ຮັກ ການໃຊ້ພາສາອັງກິດ.
- ມັກພັດທະນາຕົນເອງ.
- ມີຄວາມກະຕືລືລົ້ນ ຮຽນຮູ້ສິ່ງໃໝ່ໆ.
- ມັກການບໍລິຫານທຸລະກິດ, ມັກເຮັດວຽກກັບອົງກອນສາກົນ.
