ສາຂາ ການບໍລິຫານທຸລະກິດທົ່ວໄປ
ຄວາມໝາຍ ແລະ ຄວາມສຳຄັນ
ການເຮັດໃຫ້ກຸ່ມບຸກຄົນເຂົ້າມາເຮັດວຽກຮ່ວມກັນ ເພື່ອເຮັດໃຫ້ບັນລຸວັດຖຸປະສົງຂອງອົງກອນ ໂດຍນໍາໃຊ້ຊັບພະຍາກອນ ຂອງ ອົງກອນທີມີຢູ່ຢ່າງຈໍາກັດ ເຊິ່ງປະກອບດ້ວຍ: ການວາງແຜນ, ການບໍລິຫານ, ການຈັດການ, ການສັ່ງການ, ການຕິດຕາມ, ການຄວບຄຸມ ແລະ ການປະເມີນຜົນ.
ໃນປະຈຸບັນ ສະພາບແວດລ້ອມທັງມະຫາພາກ ແລະ ຈຸລະພາກປ່ຽນແປງໄປຢ່າງໄວວາ ອົງກອນຈຶ່ງຈໍາເປັນຕ້ອງມີການຈັດການທີ່ເຂັ້ມແຂງ ເພື່ອເພີ້ມຜົນຜະລິດ ແລະ ສາມາດແຂ່ງຂັນໄດ້ໃນປະຈຸບັນ ແລະ ອະນາຄົດຢ່າຍືນຍົງ
ໜ້າທີ່
- ກໍານົດເປົ້າໝາຍ ແລະ ທິດທາງຂອງອົງກອນ.
- ແຈກແຈງໜ້າທີ່ສໍາລັບສະມາຊິກແຕ່ລະຄົນ.
- ສ້າງແຮງຈູງໃຈ.
- ປະເມີນປະສິດທິພາບຂອງການເຮັດວຽກ.
- ເຝິກອົບຮົມ, ດູແລ, ພັດທະນາ, ຕໍ່ຍອດ.
ຮຽນແລ້ວໄດ້ຫຍັງ ?
- ການຕັດສິນໃຈທີ່ແໝ້ນຢໍາ.
- ທັກສະໃນການສື່ສານກັບກຸ່ມຄົນໃນລະດັບຕ່າງໆ.
- ຄວາມສາມາດຮອບດ້ານ.
ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?
- ສ້າງທຸລະກິດຂອງຕົວເອງ.
- ເປັນຜູ້ບໍລິຫານໃນອົງກອນຕ່າງໆ.
- ເປັນພະນັກງານບໍລິຫານໃນອົງກອນ.
- ເປັນຄູສອນສາຍບໍລິຫານ ແລະ ການຈັດການ.
ຜູ້ທີ່ເໝາະສົມກັບສາຂານີ້ !!!
- ສ້າງທຸລະກິດຂອງຕົວເອງ.
- ເປັນຜູ້ບໍລິຫານໃນອົງກອນຕ່າງໆ.
- ເປັນພະນັກງານບໍລິຫານໃນອົງກອນ.
- ເປັນຄູສອນສາຍບໍລິຫານ ແລະ ການຈັດການ.
- ມີພາວະຜູ້ນໍາ.
- ມີຄວາມຮັບຜິດຊອບສູງ.
- ເສຍສະລະ.
- ມີຈິດສາທາລະນະ.
- ເນັ້ນທີ່ຜົນສໍາເລັດຂອງທິມງານ ບໍ່ແມ່ນສ່ວນຕົວ.
- ມີຄວາມລະອຽດອ່ອນ.
