ສາຂາ ພາສາຈີນສຳລັບການສື່ສານ

  • Home
  • /
  • ສາຂາ ພາສາຈີນສຳລັບການສື່ສານ

ຄວາມໝາຍ ແລະ ຄວາມສຳຄັນ

ການຮຽນສາຂາພາສາຈີນ ແມ່ນກຸນແຈສຳຄັນໃນການເປີດໂອກາດຄວາມກ້າວໜ້າທາງອາຊີບ ເນື່ອງຈາກ ສປ ຈີນ ເປັນມະຫາອຳນາດທາງເສດຖະກິດ ແລະ ເຕັກໂນໂລຊີລະດັບໂລກ ການສຶກສາເຈາະເລິກກ່ຽວກັບພາສາ, ຕົວອັກສອນ, ໄວຍາກອນ, ປະຫວັດສາດ, ວັດທະນະທຳ ແລະ ສັງຄົມ ສປ ຈີນ. ພາສາຈີນເປັນພາສາທີ່ມີຜູ້ໃຊ້ຫຼາຍທີ່ສຸດເປັນອັນດັບຕົ້ນໆຂອງໂລກ ໂດຍສະເພາະ ໃນຂົງເຂດອາຊຽນ ນັ້ນກໍຄຶໃນ ສປປ ລາວ ແລະ ເປັນພາສາຫຼັກໃນການຂັບເຄື່ອນເສດຖະກິດ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນອາຊີ, ໂດຍສະເພາະໃນ ສປປ ລາວ ທີ່ມີການຮ່ວມມື ແລະ ການລົງທຶນຈາກ ສປ ຈີນ ຢ່າງຫຼວງຫຼາຍ.

ໜ້າທີ່:

ສຶກສາຮ່ຳຮຽນ ແລະ ພັດທະນາທັກສະທາງດ້ານພາສາ (ຟັງ, ເວົ້າ, ອ່ານ, ຂຽນ) ໃຫ້ເກັ່ງກ້າ. ເຂົ້າໃຈ ແລະ ວິເຄາະໂຄງສ້າງໄວຍາກອນ, ຄຳສັບໃນລະດັບຕ່າງໆ.ຮຽນຮູ້ວັດທະນະທຳ, ແນວຄິດ, ທັດສະນະຄະຕິ ແລະ ມາລະຍາດໃນການເຂົ້າສັງຄົມ ຫຼື ຕິດຕໍ່ທຸລະກິດກັບຄົນຈີນ.

ຮຽນແລ້ວໄດ້ຫຍັງທັກສະພາສາ:

ສາມາດສື່ສານ, ແປພາສາປາກເປົ່າ ແປພາສາເອກສານ ແປລັດຖະການ ບໍລິຫານ ຄຸ້ມຄອງຫ້ອງການ ເລຂານຸການ ແລະ ຂຽນເປັນພາສາຈີນໄດ້ຢ່າງຄ່ອງແຄ້ວ.ຄວາມເຂົ້າໃຈວັດທະນະທຳ ເຂົ້າໃຈວິຖີຊີວິດ, ຮີດຄອງປະເພນີ ແລະ ຈິດຕະວິທະຍາຂອງຄົນຈີນ ເຊິ່ງເປັນປະໂຫຍດໃນການສ້າງສາຍສຳພັນ. ທັກສະການວິເຄາະ: ພັດທະນາຂະບວນການຄິດ, ການແກ້ໄຂບັນຫາສະເພາະໜ້າ ແລະ ການປັບຕົວເຂົ້າກັບສະພາບແວດລ້ອມທີ່ຫຼາກຫຼາຍ.

ຈົບແລ້ວເຮັດວຽກຫຍັງໄດ້ແດ່:

ນາຍແປພາສາ, ແປພາສາໃນຫ້ອງປະຊຸມ, ງານສຳມະນາ, ໂຮງຈັກ ໂຮງງານ ຫຼື ໂຄງການຕ່າງໆ. ພະນັກງານທ່ອງທ່ຽວ(ທ່ຽວລາວ-ຈີນ), ພະນັກງານໂຮງແຮມ ຫຼື ບໍລິສັດການທ່ອງທ່ຽວ. ທຸລະກິດສ່ວນຕົວ, ເຈົ້າຂອງທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ, ຕົວແທນປະສານງານທຸລະກິດຈີນ, ພະນັກງານອົງກອນຈັດຕັ້ງສາກົນ, ເຈົ້າໜ້າທີ່ປະສານງານຕ່າງປະເທດ, ພະນັກງານທະນາຄານ (ທີ່ຮອງຮັບລູກຄ້າຈີນ), ຄູ-ອາຈານສອນພາສາຈີນ.

ຜູ້ທີ່ເໝາະກັບສາຂານີ້:

ຜູ້ທີ່ມີຄວາມມັກ, ຫຼົງໄຫຼ ແລະ ສົນໃຈໃນວັດທະນະທຳ ຫຼື ສື່ບັນເທີງຈີນ ຜູ້ທີ່ມີຄວາມອົດທົນ, ມັກການຈື່ຈຳ (ເພາະຕ້ອງຈຳຕົວອັກສອນຈີນ) ແລະ ມັກຝຶກຝົນການອອກສຽງ ຜູ້ທີ່ມັກພົບປະຜູ້ຄົນ, ເປີດຮັບວັດທະນະທຳໃໝ່ໆ ແລະ ມັກການປັບປຸງຕົນເອງຢ່າງຕໍ່ເນື່ອງ.