ສາຂາ ການຕະຫຼາດ
ຄວາມໝາຍ ແລະ ຄວາມສຳຄັນ
ຕອບສະໜອງຄວາມຕ້ອງການ ແລະ ການສ້າງຄວາມເພິ່ງພໍໃຈຂອງລູກຄ້າ ແນໃສ່ເພື່ອເຮັດໃຫ້ເປົ້າໝາຍຂອງອົງກອນສາມາດບັນລຸໄດ້.
ເປັນເບື້ອງໜ້າຂອງອົງກອນ ທີ່ສາມາດສ້າງພາບລັກທີ່ດີເດັ່ນ, ສ້າງຈຸດພິເສດ, ສ້າງຄວາມແຕກຕ່າງ ແລະ ສື່ສານຈຸດປະສົງ ຂອງອົງກອນໃຫ້ແກ່ສັງຄົມ ແລະ ຜູ້ບໍລິໂພກ.
ໜ້າທີ່
- ວິໄຈຕະຫຼາດ.
- ຮວບຮວມຂໍ້ມູນຂ່າວສານ.
- ວາງແຜນ.
- ສ້າງກົນລະຍຸດ.
- ຕິດຕາມ.
- ວິເຄາະ.
- ປະເມີນຜົນ.
- ປັບຕົວ.
ຮຽນແລ້ວໄດ້ຫຍັງ ?
- ຮູ້ທິດສະດີ ແລະ ຫຼັກການການເຮັດວຽກທາງການຕະຫຼາດ.
- ເປັນນັກວາງກົນລະຍຸດທີ່ດີເດັ່ນ.
- ນໍາເອົານາມມະທໍາຂອງອົງກອນ ມາສ້າງໃຫ້ເປັນຮູບປະທໍາຕໍ່ໜ້າລູກຄ້າ.
- ເປັນນັກສໍາຫຼວດ, ນັກວິເຄາະ, ນັກວາງແຜນ ແລະ ນັກສື່ສານທີ່ເກັ່ງກາດສາມາດ.
- ເປັນນັກສ້າງ ແລະ ພັດທະນາ ທີ່ບໍ່ມີມື້ຊິ້ນສຸດ.
ຈົບແລ້ວເຮັດວຽກຫຍັງໄດ້ແດ່ ?
- ສ້າງທຸລະກິດຂອງຕົວເອງ.
- ສ້າງສັນ ແລະ ພັດທະນາຜະລິດຕະພັນ ແລະ ບໍລິການທີ່ແຕກຕ່າງ.
- ສ້າງນະວັດຕະກໍາໃໝ່ໆ.
- ເປັນຜູ້ບໍລິຫານການຕະຫຼາດໃນອົງກອນ.
- ເປັນພະນັກງານການຕະຫຼາດໃນອົງກອນ.
- ເປັນຄູສອນການຕະຫຼາດ.
- ສ້າງອາຊີບອິດສະຫຼະ ທັງແບບ Online ແລະ Offline.
- ເຮັດວຽກເປັນທິມ ແລະ ສໍາເລັດເປັນທິມ.
ຜູ້ທີ່ເໝາະສົມກັບສາຂານີ້ !!!
- ມີຄວາມກະຕືລືລົ້ນ.
- ມີຄວາມຄິດສ້າງສັນ ມອງໂລກໃນທຸກແງ່ມຸມ.
- ມັກຮຽນຮູ້ສິ່ງໃໝ່ໆ.
- ເປັນຄົນລະອຽດອ່ອນ ຊ່າງສັງເກດ ແລະ ວິເຄາະ.
- ມີອັດທະຍາໃສດີ, ມີ EQ ແລະ AQ ສູງ.
- ມີທັກສະທາງພາສາອັງກິດ, ຄອມພິວເຕີ ແລະ ສັງຄົມ.
