ການນຳສະເໜີສິນຄ້າຂອງນັກສຶກສາສາຍການຕະຫຼາດ ວິຊາ : MARKETING PLAN by Admin Lee | ຕ.ລ. 19, 2020 | ຂ່າວສານ ວິຊາ : MARKETING PLAN ເປັນວິຊາໜື່ງໃນສາຍການຕະຫຼາດທີ່ເຮັດໃຫ້ນັກສຶກສາໄດ້ຮຽນຮູ້ກ່ຽວກັບກົດລະຍຸດຕ່າງໆໃນການນຳສະເໜີສິນຄ້າ ແລະ ຜະລິດຕະພັນ. ສະນັ້ນການນຳສະເໜີຂອງນັກສຶກສາຕໍ່ຜະລິດຕະພັນຂອງຕົນເອງກໍ່ເປັນບົດຮຽນອັນໜື່ງໃນການນຳສະເໜີຂອງນັກສຶກສາສາຍການຕະຫຼາດ ແລະ ໃນວັນທີ 16 ຕຸລາ 2020 ທີ່ຜ່ານມາ ນັກສຶກສາຫ້ອງ C31 ພາກເຊົ້າ ສາຍການຕະຫຼາດ ກໍ່ໄດ້ນຳສະເໜີສິນຄ້າຕົວຢ່າງຂອງຕົນຂື້ນເປັນແຕ່ລະກຸ່ມ, ຫົວຂໍ້: ນຳສະເໜີຜະລິດຕະພັນ ODOP ກໍລະນີສຶກສາ: ແຂວງຫລວງພະບາງ, ຫລວງນໍ້າທາ, ຊຳເຫນືອ, ໄຊຍະບູລີ, ຊຽງຂວາງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ຈຳປາສັກ.